About Luang Prabang

  • OOP...! No image on this title
  • OOP...! No image on this title
  • OOP...! No image on this title
  • OOP...! No image on this title

ການສັງລວມໂດຍຫຍໍ້

ເມືອງຫຼວງພະບາງ ເປັນເມືອງທີ່ເກົ່າແກ່ຂອງ ສປປ ລາວ, ທີ່ເຕັມໄປດ້ວຍມົນສະເໜ່, ມີຄວາມເປັນເອກະລັກທາງດ້ານວັດທະນະທຳ, ຄວາມຫຼາກຫຼາຍທາງດ້ານຊັບພະຍາກອນການທ່ອງທ່ຽວ ແລະ ມີປະຫວັດສາດຄວາມເປັນມາ ຕິດພັນກັບຂະບວນວິວັດຂອງຊາດ ຫຼາຍຍຸກຫຼາຍສະໄໝ.

ຕົ້ນກຳເນີດ ຫຼວງພະບາງ

ຕຳນານໜຶ່ງ ກ່ຽວກັບ ຕົ້ນກຳເນີດຂອງເມືອງຫຼວງພະບາງນັ້ນແມ່ນ ໄດ້ອີງຕາມປະຫວັດສາດຂອງສະໄໝຂຸນບູລົມ, ຜູ້ທີ່ເປັນລູກຊາຍຂອງພະຍາແຖນ ເຊິ່ງເພິ່ນໄດ້ພາຊາວໄຕອົບພະຍົບຈາກອານາຈັກໜອງແສ ແລະ ນ່ານເຈົ້າ ພາຍຫຼັງຖືກຮຸກຮານ, ແລ້ວລົງມາຢູ່ຮ່ວມກັບຊາວອາຊີໃຕ້ (Austro-Asiatic) ທີ່ອາໄສຢູ່ເຂດນີ້. ຂຸນບູລົມມີລູກຊາຍ 7 ຄົນ, ເຊິ່ງໄດ້ສ້າງເມືອງຂຶ້ນ 7 ເມືອງ ແລະ ໄດ້ສົ່ງລູກຊາຍຂອງແຕ່ລະຄົນໄປປົກຄອງ ແລະ ລູກຊາຍກົກຊື່ ຂຸນລໍ, ໄດ້ຖືກສົ່ງມາສ້າງເມືອງຫຼວງພະບາງແຫ່ງນີ້.

ຂໍ້ມູນທີ່ແນ່ນອນ ແລະ ຖືກຕ້ອງກ່ຽວກັບປະຫວັດສາດລາວນັ້ນແມ່ນ ເລີ່ມມາແຕ່ສະຕະວັດທີ XIV, ໃນເວລາທີ່ເຈົ້າຟ້າງຸ່ມໄດ້ປົກຄອງ ແລະ ທ້ອນໂຮມເຂດແດນຕ່າງໆເຂົ້າກັນ ເຊິ່ງປັດຈຸບັນແມ່ນເມືອງຊຽງຂວາງ, ພູພຽງໂຄລາດ (ທິດຕາເວັນອອກຂອງປະເທດໄທ) ແລະ ເມືອງຫຼວງພະບາງ ເຂົ້າເປັນອານາຈັກລ້ານຊ້າງ ຫຼື ເອີ້ນອີກຊື່ໜຶ່ງວ່າ “ແຜ່ນດິນທີ່ມີຊ້າງລ້ານໂຕ”.

ຫຼວງພະບາງ ກັບສາດສະໜາພຸດ

  • OOP...! No image on this title
  • OOP...! No image on this title
  • OOP...! No image on this title

ພະເຈົ້າຟ້າງຸ່ມໄດ້ນຳເອົາສາສະໜາພຸດນິກາຍດີລາວະດາ ແລະ ໄດ້ຮັບເອົາພະພຸດທະຮູບຄຳ (ພະບາງ), ເຊິ່ງເປັນຂອງຂວັນຈາກອານາຈັກຂະເໝນ (ກໍາປູເຈຍ) ຢູ່ທາງໃຕ້ຂອງປະເທດລາວ. ຄໍາວ່າ ຫຼວງພະບາງ ແມ່ນໄດ້ມາຈາກຊື່ຂອງພະພຸດທະຮູບຄຳອົງສັກສິດອົງນີ້ ແລະ ໄດ້ກາຍເປັນຊື່ນະຄອນຫຼວງຂອງອານາຈັກລ້ານຊ້າງ ໃນເວລາຕໍ່ມາ. ຫຼວງພະບາງ ເປັນເມືອງເກົ່າແກ່ຂອງຊາດລາວ ມີຜູ້ຄົນເຂົ້າມາຕັ້ງຖິ່ນຖານບ້ານຊ່ອງ ຢູ່ດິນແດນແຫ່ງນີ້ເປັນເວລາດົນນານກວ່າ XII ສັດຕະວັດແລ້ວ, ທັງຍັງເຄີຍເປັນລາດຊະທານີຂອງອານາຈັກລາວລ້ານຊ້າງນັບແຕ່ສ້າງຕັ້ງປະເທດມາ II ສັດຕະວັດ (ກາງສັດຕະວັດທີ XIV ຫາ ກາງສັດຕະວັດທີ XVI); ຫຼວງພະບາງເປັນແຫຼ່ງອາລິຍະທຳທີ່ໂດດເດັ່ນຂອງເຊື້ອຊາດລາວ ຊຶ່ງໄດ້ຮັບການປົກປັກຮັກສາສືບທອດ ແລະ ພັດທະນາມາຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນມໍລະດົກທາງດ້ານທຳມະຊາດ ແລະ ວັດທະນະທຳທີ່ມີຄວາມຫຼາກຫຼາຍ.

ຫຼວງພະບາງ ເມືອງມໍລະດົກໂລກ

  • OOP...! No image on this title
  • OOP...! No image on this title

ຫຼວງພະບາງຈຶ່ງໄດ້ຖືກຮັບຮອງເປັນເມືອງມໍລະດົກໂລກ ຈາກອົງການອຸຍແນສໂກ ໃນວັນທີ 9 ທັນວາ ປີ 1995, ໃນວາລະປະຊຸມຂອງຄະນະກໍາມະການມໍລະດົກໂລກທີ່ນະຄອນຫຼວງແບກແລງ, ປະເທດເຢຍລະມັນ ໂດຍສອດຄ່ອງກັບ 3 ເງື່ອນໄຂ ທີ່ອົງການອຸຍແນສໂກໄດ້ກໍານົດໄວ້ ດັ່ງນີ້:

• ຫຼວງພະບາງໄດ້ສະທ້ອນໃຫ້ເຫັນເຖິງ ການປະສົມປະສານແບບພິເສດຂອງສະຖາປັດຕະຍະກຳລາວດັ້ງເດີມ ແລະ ອາຄານແບບອານານິຄົມຂອງເອີຣົບ ໃນສັດຕະວັດທີ XIX ແລະ XX.

• ຫຼວງພະບາງ ເປັນຕົວຢ່າງໂດດເດັ່ນຂອງສະຖາປັດຕະຍະກໍາທີ່ສ້າງຂຶ້ນມາຫຼາຍສັດຕະວັດ ຊຶ່ງຮວບຮວມເອົາ ສະຖາປັດຕະຍະກຳຂອງອາຄານສາສະໜາ, ອາຄານແບບພື້ນເມືອງ ແລະ ອາຄານຍຸກອານານິຄົມ.

• ວທັດທີ່ເປັນເອກະລັກ ຂອງຕົວເມືອງຫຼວງພະບາງ ໄດ້ຖືກຮັກສາໄວ້ເປັນຢ່າງດີ ທີ່ສະແດງໃຫ້ເຫັນ ເຖິງຍຸກທີ່ສຳຄັນຂອງການເຊື່ອມໂຍງຂອງ 2 ວັດທະນະທໍາ ປະເພນີທີ່ແຕກຕ່າງກັນ.

ຫຼວງພະບາງ ໃນຍຸກປັດຈຸບັນ

  • OOP...! No image on this title
  • OOP...! No image on this title

ປັດຈຸບັນ ຫຼວງພະບາງໄດ້ກາຍເປັນເມືອງຍອດນິຍົມແຫ່ງການທ່ອງທ່ຽວຂອງຊາວໂລກທີ່ມີຊື່ສຽງ. ມີບັນດາແຫຼ່ງທ່ອງທ່ຽວທີ່ໜ້າປະທັບໃຈເຊັ່ນ: ພະທາດພູສີ, ວັດຊຽງທອງ, ວັດວິຊຸນ, ວັດອາຮາມ ແລະ ອື່ນໆ; ຫໍພິພິທະພັນ, ນໍ້າຕົກຕາດກວາງຊີ, ໝູ່ບ້ານຫັດຖະກຳ, ຕະຫຼາດກາງຄືນ, ບຸນປະເພນີປີໃໝ່ລາວ, ບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ, ບຸນອອກພັນສາໄຫຼເຮືອໄຟ, ບຸນປະເພນີປີໃໝ່ຂອງເຜົ່າຕ່າງໆ. ແຫຼ່ງທ່ອງທ່ຽວ ແລະ ງານບຸນປະເພນີເຫຼົ່ານັ້ນໄດ້ເປັນສິ່ງດຶງດູດເອົານັກທ່ອງທ່ຽວ ຈາກທົ່ວທຸກມຸມໂລກ ເຂົ້າມາທ່ອງທ່ຽວ ຫຼວງພະບາງ ນັບມື້ນັບເພີ່ມຂຶ້ນ.

ເພື່ອຍົກລະດັບຈາກເມືອງໃຫ້ເປັນນະຄອນ ຍົກສູງຖານະບົດບາດ, ກຽດຊື່ສຽງຂອງເມືອງຫຼວງພະບາງໃຫ້ສູງເດັ່ນຂຶ້ນ ໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນແນ່ໃສ່ການເຊື່ອມໂຍງ ແລະ ພົວພັນຮ່ວມມື ເພື່ອຍາດແຍ່ງ - ດຶງດູດການລົງທຶນ, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ ມາພັດທະນານະຄອນ ໃຫ້ມີຄວາມສີວິໄລ ແລະ ທັນສະໄໝ. ສ້າງ ແລະ ພັດທະນານະຄອນໃຫ້ມີຄວາມເຂັ້ມແຂງຮອບດ້ານ ໂດຍສະເພາະແມ່ນຮັບປະກັນໃຫ້ນະຄອນມີຄວາມເຂັ້ມແຂງທາງດ້ານການເມືອງ, ການປົກຄອງ, ການບໍລິຫານຈັດການ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ; ພື້ນຖານໂຄງລ່າງ, ຖະໜົນຫົນທາງ, ໄຟຟ້າ, ນໍ້າປະປາ, ລະບົບການຕິດຕໍ່ສື່ສານ - ອິນເຕີເນັດ ໄດ້ຮັບການພັດທະນາຢ່າງເປັນລະບົບຕາມທິດຫັນເປັນອຸດສາຫະກໍາທີ່ທັນສະໄໝ ແລະ ຍືນຍົງ, ພັດທະນາດ້ານການສຶກສາ, ສາທາລະນະສຸກ, ສະຫວັດດີການ - ສັງຄົມ ມີການຂະຫຍາຍຕົວໃນລະດັບສູງ; ສ້າງນະຄອນ - ຫຼວງພະບາງ ໃຫ້ເປັນນະຄອນສີຂຽວ, ສະອາດງາມຕາ, ໜ້າຢູ່ ແລະ ໜ້າທ່ຽວຊົມ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ພ້ອມທັງເສີມຂະຫຍາຍທ່າແຮງບົ່ມຊ້ອນຢ່າງຕັ້ງໜ້າ ໂດຍສະເພາະເຮັດໃຫ້ນະຄອນຫຼວງພະບາງ ດໍາລົງບົດບາດ ເປັນຈຸດໃຈກາງບໍລິການທຸກດ້ານຂອງບັນດາແຂວງພາກເໜືອ.

ດັ່ງນັ້ນ, ນະຄອນ - ຫຼວງພະບາງ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນ ຕາມດໍາລັດຂອງນາຍົກລົດຖະມົນຕີ ເລກທີ126/ນຍ ລົງວັນທີ 11 ເມສາ 2018 ແລະ ໄດ້ປະກາດຢ່າງເປັນທາງການ ໃນເວລາ 14:00 ໂມງ ຂອງວັນທີ 15 ເມສາ 2018 (ກົງກັບມື້ສັງຂານເນົາ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2561)

Japan International Cooperation Agency Project for Capacity Enhancement for Sustainable World Heritage Management and Preservation in Luang Prabang (JICA-CEML)

JICA Logo

071 212487

ຂະແຫນງ ພັດທະນາການທ່ອງທ່ຽວ

ພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ

ສະຫງວນລິຂະສິດ © https://tourismluangprabang.gov.la 2023.