ແຂວງຫຼວງພະບາງຈັດກອງປະຊຸມ ປຶກສາຫາລືລະຫ່ວາງ ພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວ ກະກຽມຄວາມພ້ອມໃນການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍການເປັນປະທານ ຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໃນຕອນເຊົ້າ ເວລາ 08 ໂມງ 30 ຂອງວັນທີ 23 ທັນວາ 2021 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວໄດ້ຈັດກອງປະຊຸມປຶກສາຫາລື ລະຫ່ວາງ ພາກລັດ ແລະພາກທຸລະກິດໃນຂະແໜງການທ່ອງທ່ຽວ ກະກຽມຄວາມພ້ອມໃນການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ຂຶ້ນ ທີ່ຫ້ອງປະຊຸມຂອງໂຮງແຮມມະໂນລັກ, ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ດ້ວຍຮູບແບບເຄິ່ງອອນລາຍ ມີຜູ້ເຂົ້າຮ່ວມມາຈາກຂະແໜງການກ່ຽວຂ້ອງ ທັງພາກລັດ-ພາກທຸລະກິດການທ່ອງທ່ຽວ, ອົງການປົກຄອງນະຄອນ ຫຼວງພະບາງ, ເມືອງຈອມເພັດ, ເມືອງປາກອູ ແລະເມືອງງອຍ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ລະຫ່ວາງ ພາກລັດ ແລະພາກທຸລະກິດໃນຂະແໜງການທ່ອງທ່ຽວ ກະກຽມຄວາມພ້ອມໃນການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ, ລາຍງານການກຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ຂອງແຂວງຫຼວງພະບາງ, ຮັບຮອງເຂດພື້ນທີ່ທ່ອງທ່ຽວສີຂຽວ ແລະເສັ້ນທາງການທ່ອງທ່ຽວສີຂຽວ ພາຍໃນແຂວງຫຼວງພະບາງ. ແຂວງຫຼວງພະບາງເປັນແຂວງໜື່ງທີ່ຢູ່ໃນ ເຂດທ່ອງທ່ຽວສີຂຽວ (Lao Green Travel Zone) ທີ່ໄດ້ກໍານົດເອົານະຄອນ ແລະ 3 ເມືອງ ຄື: ນະຄອນຫຼວງພະບາງ, ເມືອງຈອມເພັດ, ເມືອງປາກອູ ແລະເມືອງງອຍ; ເຊີ່ງລາຍລະອຽດປະກອບມີແຫຼ່ງທ່ອງທ່ຽວຕ່າງໆດັ່ງນີ້: 1. ນະຄອນ ຫຼວງພະບາງ ປະກອບມີ: ແຫຼ່ງທ່ອງທ່ຽວທີ່ລືຊື່ໃນນະຄອນຫຼວງພະບາງເປັນຕົ້ນແມ່ນ: ແຫຼ່ງທ່ອງທຽວ ພູສີ, ຫໍພິພິທະພັນແຫ່ງຊາດຫຼວງພະບາງ, ວັດຊຽງທອງ, ວັດວາອາຮາມຕ່າງໆໃນນະຄອນ ຫຼວງພະບາງ, ຕະຫຼາດກາງຄືນ, ບ້ານຫັດຖະກໍາຕໍ່າຫູກທໍໄໝບ້ານຜານົມ, ບ້ານຊ່າງຄ້ອງ, ສູນຫັດຖະກຳອອກພົບຕົກ, ສູນວິທະຍາຊົນເຜົ່າ, ແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ, ນໍ້າຕົກຕາດແສ້, ບ້ານລ້ອງເລົາ, ສວນນໍ້າດົງ, ການລ່ອງເຮືອຊົມທໍາມະຊາດ ອາທິດອັດສະດົງຕາມລໍາແມ່ນໍ້າຂອງ-ນໍ້າຄານ ແລະອື່ນໆ. 2. ເມືອງຈອມເພັດ ປະກອບມີ: ເສັ້ນທາງທ່ອງທ່ຽວ(Chomphet Hidden Treasure) ຊຽງແມນ-ວັດຫາດສ້ຽວ, ບ້ານຫັດຖະກຳປັ້ນໝໍ້ຫຼໍ່ໄຫ ບ້ານຈ່ານເໜືອ ແລະນໍ້າຕົກຕາດຮ້ອຍຄົວ. 3. ເມືອງປາກອູ ປະກອບມີ: ບ້ານການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມບ້ານຊ່າງໄຫ, ບ້ານປາກອູ ແລະຖໍ້າຕິ່ງ. 4. ເມືອງງອຍ ປະກອບມີ: ເຂດຫນອງຂຽວ, ບ້ານສົບຮຸນ, ຖໍ້າຜາກວາງ, ຖໍ້າຜາທອກ, ຈຸດຊົມທີວທັດທໍາ ມະຊາດ (ຜາແດງ, ຜາຊົມນາງ…) ແລະການລ່ອງເຮືອຊົມທິວທັດທໍາມະຊາດຕາມລໍາແມ່ນໍ້າອູ. ການກະກຽມຄວາມພ້ອມຂອງພາກທຸລະກິດ: ມາເຖິງປັດຈະບັນນີ້, ທຸລະກິດການທ່ອງທ່ຽວທີ່ມີຄວາມພ້ອມ ແລະຕ້ອງການເຂົ້າຮ່ວມກິດຈະກຳໂຄງການດັ່ງກ່າວມີ: - ບໍລິສັດທ່ອງທ່ຽວ 30 ບໍລິສັດ - ທຸລະກິດໂຮງແຮມ 33 ແຫ່ງ - ຮ້ານອາຫານ, ບັນເທີງ, ຄາລາໂອເກະ ແລະຮ້ານກິນດື່ມ 33 ຮ້ານ - ບໍລິສັດລົດຕູ້ 16 ບໍລິສັດ (ມີລົດຕູ້ບໍລິການທັງໝົດ 463 ຄັນ) - ເຮືອບໍລິການນຳທ່ຽວ 54 ລຳ - ພະນັກງານນຳທ່ຽວ 180 ຄົນ ມີ 8 ພາສາ (ພາສາອັງກິດ 65 ຄົນ, ຝຣັ່ງ 24 ຄົນ, ເຢຍລະມັນ 9 ຄົນ, ຈີນ 34 ຄົນ, ໄທ 33, ອີຕາລີ 4, ລັດເຊຍ 2 ແລະພາສາຍີ່ປຸ່ນ 10 ຄົນ) ໃນຕອນທ້າຍ ທ່ານ ປະທານ ກໍໄດ້ໃຫ້ທິດຊີ້ນໍາ ບັນດາພະແນກການທີ່ກ່ຽວຂ້ອງ ແລະພາກທຸລະກິດທີ່ເຮັດວຽກການບໍລິການທ່ອງທ່ຽວ ໃຫ້ເອົາໃຈໃສ່ຈັດກະກຽມຄວາມພ້ອມເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ຮັບປະກັນດ້ານຄວາມປອດໄພ ແລະປະຕິບັດຕາມາດຕະການຂອງຄະນະສະເພາະກິດໃຫ້ເຂັ້ມງວດ ແນໃສ່ເຮັດໃຫ້ ນັກທ່ອງທ່ຽວມີຄວາມປະທັບໃຈ ແລະການທ່ອງທ່ຽວປອດໄພ.
ວັນທີ: 2022-02-20
ເວລາ: 09:04
ສະຫງວນລິຂະສິດ © https://tourismluangprabang.gov.la 2026.