News



ຂະແໜງການທ່ອງທ່ຽວ ແລະ ຖວທ 11ເມືອງ, 1ນະຄອນ ເຂົ້າຮ່ວມ ຝຶກອົບຮົມອອນລາຍ ໃນຫົວຂໍ້: ການຂຽນແຜນພັດທະນາການທ່ອງທ່ຽວ


  • OOP...! No image on this title
  • OOP...! No image on this title
  • OOP...! No image on this title
  • OOP...! No image on this title
ໃນຕອນເຊົ້າ ຂອງວັນທີ 14 ທັນວາ 2021 ນີ້ ທາງກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ໄດ້ຈັດຝຶກອົບຮົມ ການຂຽນພັດທະນາການທ່ອງທ່ຽວ ໃຫ້ແກ່ພະນັກງານ-ວິຊາການ ໃນຂົງເຂດທ່ອງທ່ຽວ, ພະແນກ ຖວທ ແຂວງຫຼວງພະບາງ, ຫ້ອງການ ຖວທ ນະຄອນ ແລະບັນດາເມືອງທົ່ວແຂວງ ໂດຍການເປັນປະທານຂອງທ່ານ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ, ຊີ້ນຳໂດຍທ່ານ  ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທຂ, ມີຫົວໜ້າຂະແໜງພັດທະນາການທ່ອງທ່ຽວ ແລະວິຊາການ ຂົງເຂດທ່ອງທ່ຽວ, ບັນດາຫົວໜ້າ, ຮອງ ແລະວິຊາການ ຈາກ ຫ້ອງການ ຖວທ 1 ນະຄອນ ແລະ 11 ເມືອງທົ່ວແຂວງຫຼວງພະບາງ ເຂົ້າຮ່ວມ.

ການຈັດຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະແລກປ່ຽນຄວາມຄິດເຫັນ ຕໍ່ກັບເນື້ອໃນ ໂດຍສະເພາະແມ່ນ: ຄວາມຮູ້ພື້ນຖານສຳລັບການວາງແຜນພັດທະນາການທ່ອງທ່ຽວ, ການພັດທະນາຜະລິດຕະພັນການທ່ອງທ່ຽວ, ການວາງແຜນ, ການກຳນົດໄລຍະເວລາຂອງການວາງແຜນ, ວິທີ ແລະຂັ້ນຕອນຕ່າງໆ ຂອງການຂຽນແຜນພັດທະນາ ເປັນຕົ້ນແມ່ນ: ການສຳຫຼວດ ແລະສັງລວມຂໍ້ມູນ, ການສຶກສາ ແລະວິເຄາະຂໍ້ມູນ, ການວິເຄາະ ຈຸດດີ, ຈຸດອ່ອນ, ກາລະໂອກາດ ແລະສິ່ງທ້າທາຍ, ການກຳນົດວິໄສທັດ, ຈຸດປະສົງ, ຍຸດທະສາດ ແລະນະໂຍບາຍ, ການກຳນົດແຜນງານ ແລະໂຄງການ. ທັງໝົດນີ້ກໍ່ເພື່ອເປັນການພັດທະນາ ແລະຍົກລະດັບຄວາມຮູ້ຄວາມສາມາດຂັ້ນພື້ນຖານໃຫ້ແກ່ບຸກຄະລາກອນໃນຂະແໜງການທ່ອງທ່ຽວ ກ່ຽວກັບການວາງແຜນ ແລະຂຽນແຜນພັດທະນາການທ່ອງທ່ຽວໃນຕໍ່ໜ້າ.

ວັນທີ: 2022-02-20

ເວລາ: 09:15

ຂ່າວສານອື່ນໆ


ພະນັກງານຂົງເຂດທ່ອງທ່ຽວແຂວງ ໄດ້ຮັບການຍົກລະດັບດ້ານລະບົບບໍລິຫານຈັດການເວບໄຊ ແລະຖານຂໍ ...


ໂຄງການ ໄຈກາ ປະຈຳລາວ ມອບຕູ້ໃສ່ວັດຖຸພັນ ແລະເຄື່ອງນຸ່ງໃຫ້ຫໍພິພິທະພັນແຫ່ງຊາດຫຼວງພະບາ ...


ກອງປະຊຸມທາງໄກ ລະຫວ່າງ ພາກລັດ ແລະພາກທຸລະກິດ ເພື່ອຟື້ນຟູການທ່ອງທ່ຽວ ແຂວງຫຼວງພະບາງ


ກອງປະຊຸມ ນຳສະເໜີຜົນການປະເມີນຄັ້ງສຸດທ້າຍ ການສະໝັກຂໍຮັບລາງວັນການທ່ອງທ່ຽວແບບຍືນຍົງ ...


ແຂວງຫຼວງພະບາງຈັດກອງປະຊຸມ ປຶກສາຫາລືລະຫ່ວາງ ພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽ ...

ສະຫງວນລິຂະສິດ © https://tourismluangprabang.gov.la 2026.