News



ກອງປະຊຸມ ນຳສະເໜີຜົນການປະເມີນຄັ້ງສຸດທ້າຍ ການສະໝັກຂໍຮັບລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ ແລະມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ ຂອງແຂວງຫຼວງພະບາງ


  • OOP...! No image on this title
  • OOP...! No image on this title
ໃນວັນທີ 22 ພະຈິກ 2021 ນີ້ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພະບາງ ໃນນາມຄະນະກຳມະການຄັດເລືອກ, ປະເມີນ, ຮັບຮອງ ແລະຢັ້ງຢືນລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ ແລະມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນຂັ້ນແຂວງ ນຳພາໂດຍ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ພ້ອມດ້ວຍຫົວໜ້າຂະແໜງ ແລະວິຊາການຂົງເຂດທ່ອງທ່ຽວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເພື່ອຕິດຕາມກວດກາການປັບປຸງ ແລະລາຍງານຜົນການປະເມີນຄັ້ງສຸດທ້າຍ ແລະການຈັດຕັ້ງປະຕິບັດແຜນກິດຈະກຳປັບປຸງແຫຼ່ງທ່ອງທ່ຽວຕາດກວາງຊີ ໃຫ້ໄດ້ຕາມມາດຕະຖານລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ ແລະແຜນກິດຈະກຳປັບປຸງ ນະຄອນ ຫຼວງພະບາງ ໃຫ້ໄດ້ຕາມມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ໃນການສະໝັກຂໍຮັບລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ ແລະມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ ທີ່ແຂວງຫຼວງພະບາງ ເພື່ອໃຫ້ທາງຄະນະກຳມະການຂັ້ນສູນກາງໄດ້ສັງລວມຜົນການປະເມີນ ແລະຄັດເລືອກເຂົ້າສະໝັກຮັບລາງວັນໃນປີ 2022 ນີ້. 

ສຳລັບລາງວັນ ການທ່ອງທ່ຽວແບບຍືນຍົງ ອາຊຽນ ແມ່ນມີເປົ້າຫມາຍເພື່ອເປັນການປົກປັກຮັກສາທຳມະຊາດ, ວັດທະນະທຳ, ສິ່ງແວດລ້ອມ ແລະສົ່ງເສີມການທ່ອງທ່ຽວໃຫ້ມີຄວາມຍືນຍົງ ເຊິ່ງໃນໄລຍະຜ່ານມາ ແຂວງຫຼວງພະບາງ ເຮົາກໍເຄີຍໄດ້ຮັບລາງວັນ ນີ້ມາແລ້ວ 2 ຄັ້ງ ຄື: ຜະລິດຕະພັນໃນເມືອງ ແຫຼ່ງທ່ອງທ່ຽວ ພູສີ (ໃນປີ 2018) ແລະວັດຊຽງທອງ (ປີ 2020) ແລະສຳລັບຫົວຂໍ້ປີ 2022 ນີ້ ແມ່ນການທ່ອງທ່ຽວທີ່ປອດໄພ ແລະທາງພະແນກ ຖວທຂ ກໍຄືຄະນະຮັບຜິດຊອບການປະເມີນຂັ້ນແຂວງ ເຫັນດີສະເໜີຜະລິດຕະພັນຊົນນະບົດ ແຫຼ່ງທ່ອງທ່ຽວຕາດກວາງຊີເຂົ້າສະໝັກຮັບລາງວັນ ເຊິ່ງແມ່ນແຫຼ່ງທ່ອງທ່ຽວທຳມະຊາດ ລັດຄຸ້ມຄອງ ແຕ່ໄດ້ມອບໃຫ້ປະຊາຊົນທ້ອງຖິ່ນ, ບ້ານທ່າແປ້ນ ເປັນຜູ້ຮັບຜິດຊອບໃນການປົກປັກຮັກສາ ແລະບໍລິການນັກທ່ອງທ່ຽວ. ທັງນີ້ ກໍເພື່ອເປັນການພັດທະນາ ແລະປັບປຸແຫຼ່ງທ່ອງທ່ຽວໃຫ້ໄດ້ມາດຕະຖານ, ເປັນທີ່ດຶງດູດນັກທ່ອງທ່ຽວ, ສາມາດກະຈາຍນັກທ່ອງທ່ຽວອອກໄປເຂດນອກນະຄອນ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະສ້າງລາຍໄດ້ໃຫ້ແກ່ຊຸມຊົນທ້ອງຖິ່ນໃຫ້ຫຼາຍຂຶ້ນ.

ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍ ຄະນະຮັບຜິດຊອບມາດຕະຖານການທ່ອງທ່ຽວອາຊຽນ ຈາກກົມພັດທະນາການທ່ອງທ່ຽວ ເຊິ່ງມີຄະນະກຳມະການຄັດເລືອກ, ປະເມີນ, ຮັບຮອງ ແລະຢັ້ງຢືນລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ ແລະມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ ຂັ້ນສູນກາງ ແລະຂັ້ນແຂວງ ເຂົ້າຮ່ວມ.

ວັນທີ: 2022-02-20

ເວລາ: 09:23

ຂ່າວສານອື່ນໆ


ພະນັກງານຂົງເຂດທ່ອງທ່ຽວແຂວງ ໄດ້ຮັບການຍົກລະດັບດ້ານລະບົບບໍລິຫານຈັດການເວບໄຊ ແລະຖານຂໍ ...


ໂຄງການ ໄຈກາ ປະຈຳລາວ ມອບຕູ້ໃສ່ວັດຖຸພັນ ແລະເຄື່ອງນຸ່ງໃຫ້ຫໍພິພິທະພັນແຫ່ງຊາດຫຼວງພະບາ ...


ກອງປະຊຸມທາງໄກ ລະຫວ່າງ ພາກລັດ ແລະພາກທຸລະກິດ ເພື່ອຟື້ນຟູການທ່ອງທ່ຽວ ແຂວງຫຼວງພະບາງ


ຂະແໜງການທ່ອງທ່ຽວ ແລະ ຖວທ 11ເມືອງ, 1ນະຄອນ ເຂົ້າຮ່ວມ ຝຶກອົບຮົມອອນລາຍ ໃນຫົວຂໍ້: ການ ...


ແຂວງຫຼວງພະບາງຈັດກອງປະຊຸມ ປຶກສາຫາລືລະຫ່ວາງ ພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽ ...

ສະຫງວນລິຂະສິດ © https://tourismluangprabang.gov.la 2026.