News



ກອງປະຊຸມທາງໄກ ລະຫວ່າງ ພາກລັດ ແລະພາກທຸລະກິດ ເພື່ອຟື້ນຟູການທ່ອງທ່ຽວ ແຂວງຫຼວງພະບາງ


  • OOP...! No image on this title
  • OOP...! No image on this title
  • OOP...! No image on this title
ຕອນເຊົ້າ ຂອງວັນທີ 19/11/2021 ນີ້ ໄດ້ມີການຈັດກອງປະຊຸມທາງໄກ ລະຫວ່າງ ພາກລັດ ແລະພາກທຸລະກິດໃນຂະແໜງການທ່ອງທ່ຽວ ເພື່ອປະກອບຄຳເຫັນໃສ່ກິດຈະກຳ ການຟື້ນຟູການທ່ອງທ່ຽວຂອງແຂວງຫຼວງພະບາງ ຂຶ້ນທີ່ຫ້ອງປະຊຸມສຳນັກງານທ່ອງທ່ຽວ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວຫນ້າພະແນກ ຖວທ ແຂວງຫຼວງພະບາງ ແລະມີຜູ້ເຂົ້າຮ່ວມຈາກບັນດາສະມາຄົມທຸລະກິດການທ່ອງທ່ຽວ, ຜູ້ປະກອບການທຸະກິດ, ບັນດາຫົວໜ້າ ແລະວິຊາການຈຳນວນໜຶ່ງຂອງສາມຂະແຫນງການທ່ອງທ່ຽວ ເຂົ້າຮ່ວມ. 

ກອງປະຊຸມໄດ້ສະເໜີແຜນຈຸດສຸມ ແນວທາງຂອງການຟື້ນຟູການທ່ອງທ່ຽວ ຫລັງຈາກການລະບາດຂອງພະຍາດໂຄວິດ-19 ໃນໄລຍະປີ 2022-2023 ປະກອບມີຄື: 
1) ກຳນົດກິດຈະກຳການຟຶ້ນຟູ ແລະປັບປຸງຜະລິດຕະພັນການທ່ອງທ່ຽວຂອງແຂວງ ໃຫ້ຄືນສູ່ສະພາບປົກກະຕິ ຫຼືດີຂື້ນກວ່າເກົ່າ,
2) ການຊອກຫາຊ່ອງທາງໃນການບໍລິຫານຄຸ້ມຄອງການທ່ອງທ່ຽວ ໃນຮູບແບບປົກກະຕິແບບໃໝ່ (New Normal),
3) ການສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ ຄຽງຄູ່ກັບການກະກຽມຄວາມພ້ອມ ໃນການປ້ອງກັນພະຍາດໂຄວິດ-19.
4) ການສ້າງຄວາມເຂັ້ມແຂງ ແລະສົ່ງເສີມການມີສ່ວນຮ່ວມຂອງພາກລັດ, ພາກທຸລະກິດ ແລະປະຊາຊົນທ້ອງຖິ່ນ ແລະການປັບປຸງກິດຈະກຳສົ່ງເສີມການທ່ອງທ່ຽວຂອງແຂວງ.

ຈາກນັ້ນ ທ່ານ ວົງດາວອນ ວົງໄຊຍະລາດ ຫົວໜ້າຂະແໜງໂຄສະນາການທ່ອງທ່ຽວ ກໍໄດ້ນຳສະເຫນີບັນດາແຜນງານ ໂຄງການ ຟື້ນຟູການທ່ອງທ່ຽວ ຫລັງການລະບາດໂຄວິດ 19.
ພ້ອມນີ້, ທ່ານ ໜຸ້ຍ ວົງມະນີຈັນ ຫົວໜ້າຂະແໜງພັດທະນາການທ່ອງທ່ຽວ ກໍໄດ້ສະເຫນີການຈັດຕັ້ງປະຕິບັດ ແລະແຜນກິດຈະກຳການປັບປຸງ, ບັນດາ 7 ມາດຕະຖານ ແລະ 1 ລາງວັນການທ່ອງທ່ຽວອາຊຽນ ໃນແຂວງເຮົາ ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະເຂົ້າໃຈໃນວຽກງານດັ່ງກ່າວ.

ໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພັດປ່ຽນກັນປະກອບຄວາມຄິດຄວາມເຫັນ ແລະສະເໜີແຜນກິດຈະກຳເພີ່ມເຕີມໃສ່ແຜນງານໂຄງການຟື້ນຟູການທ່ອງທ່ຽວ ເພື່ອຈະຮ່ວມມືກັນນຳໄປຈັດຕັ້ງປະຕິບັດ ໃນຕໍ່ໜ້ານີ້.

ວັນທີ: 2022-02-20

ເວລາ: 09:25

ຂ່າວສານອື່ນໆ


ພະນັກງານຂົງເຂດທ່ອງທ່ຽວແຂວງ ໄດ້ຮັບການຍົກລະດັບດ້ານລະບົບບໍລິຫານຈັດການເວບໄຊ ແລະຖານຂໍ ...


ໂຄງການ ໄຈກາ ປະຈຳລາວ ມອບຕູ້ໃສ່ວັດຖຸພັນ ແລະເຄື່ອງນຸ່ງໃຫ້ຫໍພິພິທະພັນແຫ່ງຊາດຫຼວງພະບາ ...


ກອງປະຊຸມ ນຳສະເໜີຜົນການປະເມີນຄັ້ງສຸດທ້າຍ ການສະໝັກຂໍຮັບລາງວັນການທ່ອງທ່ຽວແບບຍືນຍົງ ...


ຂະແໜງການທ່ອງທ່ຽວ ແລະ ຖວທ 11ເມືອງ, 1ນະຄອນ ເຂົ້າຮ່ວມ ຝຶກອົບຮົມອອນລາຍ ໃນຫົວຂໍ້: ການ ...


ແຂວງຫຼວງພະບາງຈັດກອງປະຊຸມ ປຶກສາຫາລືລະຫ່ວາງ ພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽ ...

ສະຫງວນລິຂະສິດ © https://tourismluangprabang.gov.la 2026.