News



ໂຄງການ ໄຈກາ ປະຈຳລາວ ມອບຕູ້ໃສ່ວັດຖຸພັນ ແລະເຄື່ອງນຸ່ງໃຫ້ຫໍພິພິທະພັນແຫ່ງຊາດຫຼວງພະບາງ


  • OOP...! No image on this title
  • OOP...! No image on this title
  • OOP...! No image on this title
ໃນວັນທີ 17 ມັງກອນ 2022 ນີ້ ໂຄງການ ໄຈກາ ປະຈຳລາວ ໄດ້ມອບມອບຕູ້ໃສ່ເຄື່ອງວັດຖຸພັນ ແລະຕູ້ເສື້ອຜ້າໃຫ້ຫໍພິພິທະພັນແຫ່ງຊາດຫຼວງພະບາງ ໂດຍການໃຫ້ກຽດມອບຂອງທ່ານ Masazumi OGAWA  Chief Adviaor JACA CEML Project  ຮັບເອົາໂດຍ ທ່ານ ສົມໃຈ ຫົງສະຫວັນ ອຳນວຍການຫໍພິພິທະພັນ ແຫ່ງຊາດຫຼວງພະບາງ, ມີທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຫຼວງພະບາງ ພ້ອມດ້ວຍຮອງຫົວໜ້າພະແນກ, ວິຊາການພາຍໃນຫໍພິພິທະພັນເຂົ້າຮ່ວມເປັນສັກຂີພີຍານ.

ຕູ້ທີ່ນຳມາມອບໃນຄັ້ງນີ້ ມີທັງໝົດ 15 ໜ່ວຍ ໃນນັ້ນ, ມີຕູ້ໃສ່ຄ້ອງບ້າງ 6 ໜ່ວຍ, ຕູ້ໃສ່ວັດຖຸພັນ 5ໜ່ວຍ ແລະຕູ້ໃສ່ເຄື່ອງນຸ່ງ 4ໜ່ວຍ ລວມມູນຄ່າທັງໝົດ 8,375 ໂດລາ ຫຼືເທົ່າກັບ 82,500,000 ກີບ. ໂອກາດນີ້ ທ່ານ ສົມໃຈ ຫົງສະຫວັນ ຍັງໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງໂຄງການໄຈກາ, ທີ່ເຫັນຄວາມສຳຄັນໃນການຮັກສາວັດຖຸພັນຕ່າງໆພາຍໃນຫໍພິພິທະພັນເພາະເຄືື່ອງດັ່ງກ່າວ ລ້ວນແລ້ວແຕ່ປະເມີນມູນຄ່າບໍ່ໄດ້, ບໍ່ພຽງແຕ່ທໍນັ້ນ ຕູ້ນີ້ ຍັງສະແດງໃຫ້ເຫັນເຖິງສີໄມ້ລາຍມື ແລະລວດລາຍຕ່າງອັນປານີດຂອງຄົນລາວກໍ່ຄືຄົນຫຼວງພະບາງຕື່ມອີກ, ດັ່ງນັ້ນຕ່າງໜ້າພະນັກງານພາຍໃນຫໍພິພິທະພັນ ຈະປົກປັກຮັກສາ ແລະນຳໃຊ້ຕູ້ທັງໝົດນີ້ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ເບິ່ງໄດ້ຊົມໃຫ້ໄດ້ນານເທົ່າທີ່ຈະນານໄດ້.

ວັນທີ: 2022-02-20

ເວລາ: 09:27

ຂ່າວສານອື່ນໆ


ພະນັກງານຂົງເຂດທ່ອງທ່ຽວແຂວງ ໄດ້ຮັບການຍົກລະດັບດ້ານລະບົບບໍລິຫານຈັດການເວບໄຊ ແລະຖານຂໍ ...


ກອງປະຊຸມທາງໄກ ລະຫວ່າງ ພາກລັດ ແລະພາກທຸລະກິດ ເພື່ອຟື້ນຟູການທ່ອງທ່ຽວ ແຂວງຫຼວງພະບາງ


ກອງປະຊຸມ ນຳສະເໜີຜົນການປະເມີນຄັ້ງສຸດທ້າຍ ການສະໝັກຂໍຮັບລາງວັນການທ່ອງທ່ຽວແບບຍືນຍົງ ...


ຂະແໜງການທ່ອງທ່ຽວ ແລະ ຖວທ 11ເມືອງ, 1ນະຄອນ ເຂົ້າຮ່ວມ ຝຶກອົບຮົມອອນລາຍ ໃນຫົວຂໍ້: ການ ...


ແຂວງຫຼວງພະບາງຈັດກອງປະຊຸມ ປຶກສາຫາລືລະຫ່ວາງ ພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽ ...

ສະຫງວນລິຂະສິດ © https://tourismluangprabang.gov.la 2026.